ໜ້າຫຼັກ / ການເຄື່ອນໄຫວ / ກໍາມະບານ ຍທຂ ສະຫຼຸບວຽກງານ 5 ເປັນເຈົ້າ ປະຈໍາປີ 2024

ກໍາມະບານ ຍທຂ ສະຫຼຸບວຽກງານ 5 ເປັນເຈົ້າ ປະຈໍາປີ 2024

31 Jul 2025 | ພຸດທະສອນ |

ກໍາມະບານຮາກຖານ ພະແນກໂຍທາທິການ ແລະຂົນສົ່ງ (ຍທຂ) ແຂວງເຊກອງ ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2024 ແລະ ວາງແຜນການປີ 2025 ໃນວັນທີ 31 ກໍລະກົດ 2025 ນີ້, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສະຫງຽນ ຄຸນນະທິບ ຮອງປະທານສະຫະພັນກໍາມະບານແຂວງ, ທ່ານ ແກ້ວປະເສີດ ແກ້ວມະນີວົງ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກ ຍທຂ ພ້ອມດ້ວຍສະມາຊິກກໍາມະບານຮາກຖານ ຍທຂ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ຄໍາເກັ່ງ ແກ້ວສຸວັນ ປະທານກໍາມະບານຮາກຖານພະແນກ ຍທຂ ໄດ້ລາຍງານວ່າ: ກຳມະບານຮາກຖານພະແນກ ຍທຂ ມີສະມາຊິກກຳມະບານ 75 ຄົນ, ຍິງ 15 ຄົນ, ສະມາຊິກທີ່ເປັນພະນັກງານອາສາ ມີ 9 ຄົນ, ໄລຍະຜ່ານມາ ຄະນະກຳມະບານຮາກຖານພະແນກ ຍທຂ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ແລະ ປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ໂດຍຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ, ເຕົ້າໂຮມຄວາມສາມັກຄີ, ເປັນເຈົ້າການປົກປ້ອງສິດຜົນປະໂຫຍດອັນຊອບທໍາໃຫ້ແກ່ສະມາຊິກກຳມະບານ ແລະ ເຄື່ອນໄຫວປະຕິບັດວຽກງານວິຊາສະເພາະຕາມຄວາມຮັບຜິດຊອບເປັນສໍາຄັນ ອັນເຮັດໃຫ້ຫຼາຍວຽກງານພາຍໃນພະແນກ ຍທຂ ມີຜົນສໍາເລັດເປັນສ່ວນໃຫຍ່ ແລະການປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້ານັ້ນ ກໍມີຜົນສໍາເລັດເປັນຢ່າງດີຄື: ເປັນເຈົ້າການຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານການເມືອງ-ແນວຄິດ ປະຕິບັດໄດ້ 89,82%, ເປັນເຈົ້າການປະຕິບັດກົດໝາຍ ແລະລະບຽບການຂອງລັດ ປະຕິບັດໄດ້ 89,56%, ເປັນເຈົ້າການພັດທະນາຕົນເອງ ແລະການຈັດຕັ້ງ ປະຕິບັດໄດ້ 88,43%, ເປັນເຈົ້າການປົກປ້ອງສິດ ແລະຜົນປະໂຫຍດອັນຊອບທໍາ ປະຕິບັດໄດ້ 88,97%, ເປັນເຈົ້າການປະຕິບັດໜ້າທີ່ວິຊາສະເພາະຢ່າງປະດິດສ້າງ ປະຕິບັດໄດ້ 88,83%; ສໍາລັບແຜນການຕໍ່ໜ້າ ຈະໄດ້ສຸມໃສ່ເສີມຂະຫຍາຍດ້ານດີ, ແກ້ໄຂດ້ານອ່ອນ, ຂໍ້ຄົງຄ້າງ ເພື່ອພັດທະນາວຽກງານກຳມະບານໃຫ້ດີຂຶ້ນເທື່ອລະກ້າວ. ຈາກນັ້ນ ທ່ານ ສະຫງຽນ ຄຸນນະທິບ ໄດ້ມອບໃບຢັ້ງຢືນ 5 ເປັນເຈົ້າ ປະຈໍາປີ 2024 ໃຫ້ແກ່ກໍາມະບານຮາກຖານພະແນກ ຍທຂ ແຂວງເຊກອງຕື່ມອີກ.
ໃນໂອກາດນີ້, ທ່ານ ສະຫງຽນ ຄຸນນະທິບ ໄດ້ມີຄໍາເຫັນຊີ້ນໍາໃຫ້ຄະນະກໍາມະບານຮາກຖານ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກຂອງຕົນເປັນປົກກະຕິ ເພື່ອເປັນການສໍາຫຼວດກວດກາ, ຕໍານິສົ່ງຂ່າວ ກໍ່ສ້າງເຊິ່ງກັນ ແລະ ກັນ; ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ; ເປັນເຈົ້າການປະຕິບັດລະບຽບກົດໝາຍຂອງລັດ ແລະຂອງສະຫະພັນກຳມະບານລາວວາງອອກ, ເພີ່ມທະວີການພົວພັນຮ່ວມມືກັບປະເທດເພື່ອນມິດຍຸດທະສາດ, ເອົາໃຈໃສ່ພັດທະນາການຈັດຕັ້ງ ແລະ ພັດທະນາຕົນເອງ ໃຫ້ມີຄວາມເຂັ້ມແຂງ, ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງສະມາຊິກກຳມະບານ ແລະຍົກລະດັບຄວາມຮູ້ຄວາມສາມາດວິຊາສະເພາະໃຫ້ສູງຂຶ້ນ; ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ-ພາຍນອກໃຫ້ກວ້າງຂວາງ ແລະ ພ້ອມກັນປະຕິບັດວຽກງານວິຊາສະເພາະ ຕິດພັນກັບຂໍ້ແຂ່ງຂັນ 5 ເປັນເຈົ້າຂອງກໍາມະບານ ແລະ ຂໍ້ແຂ່ງຂັນຮັກຊາດພັດທະນາ ໃຫ້ມີຜົນສໍາເລັດຕາມຄາດຫມາຍທີ່ວາງໄວ້.

Share:

ຂ່າວຫຼ້າສຸດ

ການເມືອງ

ເຊກອງ ປະກາດແຕ່ງຕັ້ງປະທານສານປະຊາຊົນເຂດ II

  • 01 Sep 2025
  • ພຸດທະສອນ

...

ອ່ານເພີ່ມ

ການເມືອງ

ເປີດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງເຊກອງ ຄັ້ງທີ XI

  • 28 Aug 2025
  • sanya

ກອງປະຊຸມໃຫຍ່...

ອ່ານເພີ່ມ

ເສດຖະກິດ

ບັນດາບໍລິສັດ ສືບຕໍ່ມອບເງິນປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

  • 27 Aug 2025
  • ພຸດທະສອນ

ວັນທີ 27 ສິງຫາ 2025 ນີ້, ທີ່ຫ້ອງວ່າການ...

ອ່ານເພີ່ມ

ການເມືອງ

ເຊກອງ ມີຄວາມພ້ອມແລ້ວ ໃນການດຳເນີນກອງປະຊຸມໃຫຍ່ ຄັ້ງທີ XI ອົງຄະນະພັກແຂວງ

  • 22 Aug 2025
  • ພຸດທະສອນ

ສະຫາຍ ບຸນຫຼາຍ ບຸດທິ...

ອ່ານເພີ່ມ