ໜ້າຫຼັກ / ການເຄື່ອນໄຫວ / ອົງການກາແດງ ສ້າງຂະບວນການຮັບບໍລິຈາກເລືອດ ຢູ່ກອງບັນຊາການ ປກຊ ແຂວງ

ອົງການກາແດງ ສ້າງຂະບວນການຮັບບໍລິຈາກເລືອດ ຢູ່ກອງບັນຊາການ ປກຊ ແຂວງ

01 Aug 2025 | ພຸດທະສອນ |

ວັນທີ 1 ສິງຫາ 2025 ອົງການກາແດງແຂວງເຊກອງ ໄດ້ເຄື່ອນໄຫວປຸກລະດົມ ຮັບບໍລິຈາກເລືອດ ເພື່ອຊ່ວຍເຫຼືອຊີວິດມະນຸດດ້ວຍກັນ ຢູ່ກອງບັນຊາການ ປກຊ ແຂວງ ໂດຍການນຳພາຂອງ ທ່ານ ນາງ ຂັນທະລີ ສິມທອງຄໍາ ຫົວໜ້າອົງການກາແດງແຂວງ ພ້ອມພະນັກງານວິຊາການ, ໂດຍມີທ່ານ ພັທ ວິຊຽນ ໄຊຍະສັກ ຮອງຫົວໜ້າພະແນກເສນາຮັກ ປກຊ ແຂວງ ພ້ອມບັນດາອ້າຍ-ນ້ອງທະຫານ ໃນກົມກອງ ເຂົ້າຮ່ວມ.
ທ່ານ ນາງ ຂັນທະລີ ສິມທອງຄໍາ ກ່າວວ່າ: ການສ້າງຂະບວນການຮັບບໍລິຈາກເລືອດ ໃນຄັ້ງນີ້ ເພື່ອເຊີນຊວນອ້າຍນ້ອງນາຍ ແລະພົນທະຫານ ປະກອບສ່ວນບໍລິຈາກເລືອດ ເພື່ອຊ່ວຍເຫຼືອຊີວິດມະນຸດດ້ວຍກັນ ແລະເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ ແລະປະຕິບັດຕາມແຈ້ງການຂອງເຈົ້າແຂວງເຊກອງ, ເລກທີ18/ຈຂ ແລະແຈ້ງການຂອງຫ້ອງວ່າການ ກະຊວງປ້ອງກັນປະເທດ ເລກທີ 1863/ຫວກ ວ່າດ້ວຍເຊີນຊວນປະກອບສ່ວນບໍລິຈາກເລືອດ ເພື່ອຊ່ວຍເຫຼືອຊີວິດມະນຸດດ້ວຍກັນ ປະຈໍາປີ 2025.
ທ່ານ ນາງ ຂັນທະລີ ສິມທອງຄໍາ ໃຫ້ຮູ້ຕື່ມວ່າ: ເລືອດເປັນສິ່ງສໍາຄັນທີ່ສຸດໃນການຮັກສາຊີວິດມະນຸດໃຫ້ຢູ່ລອດ, ນັກວິທະຍາສາດໄດ້ໃຊ້ເວລາຄົ້ນຄວ້າເປັນເວລາດົນນານ ແຕ່ບໍ່ທັນປະສົບຜົນສໍາເລັດໃນການຫາສານ ແລະສ່ວນປະກອບອື່ນໆ ເພື່ອມາທົດແທນເລືອດໄດ້, ສະນັ້ນ ເມື່ອຮ່າງການມີການສູນເສຍເລືອດຈາກພະຍາດຕ່າງໆ, ອຸປະຕິເຫດ, ເລືອດໄຫຼເວລາເກີດລູກ, ຜ່າຕັດ ແລະອື່ນໆ ທີ່ຕ້ອງຮັກສາດ້ວຍເລືອດ ຈຶ່ງຈໍາເປັນໃຫ້ມີການບໍລິຈາກເລືອດ ເພື່ອໄປຊ່ວຍຊີວິດມະນຸດພຽງຢ່າງດຽວ ໂດຍການລົງປຸກລະດົມຄັ້ງນີ້ ໄດ້ຮັບການບໍລິຈາກເລືອດ ຈໍານວນ 6 ຖົງ.

Share:

ຂ່າວຫຼ້າສຸດ

ການເມືອງ

ເຊກອງ ປະກາດແຕ່ງຕັ້ງປະທານສານປະຊາຊົນເຂດ II

  • 01 Sep 2025
  • ພຸດທະສອນ

...

ອ່ານເພີ່ມ

ການເມືອງ

ເປີດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງເຊກອງ ຄັ້ງທີ XI

  • 28 Aug 2025
  • sanya

ກອງປະຊຸມໃຫຍ່...

ອ່ານເພີ່ມ

ເສດຖະກິດ

ບັນດາບໍລິສັດ ສືບຕໍ່ມອບເງິນປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

  • 27 Aug 2025
  • ພຸດທະສອນ

ວັນທີ 27 ສິງຫາ 2025 ນີ້, ທີ່ຫ້ອງວ່າການ...

ອ່ານເພີ່ມ

ເສດຖະກິດ

ຫຼາຍພາກສ່ວນ ມອບເງິນປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

  • 22 Aug 2025
  • ພຸດທະສອນ

ຕອນເຊົ້າວັນທີ 21 ສິງຫາ 2025 ນີ້,...

ອ່ານເພີ່ມ