ປິດຊຸດຝຶກອົບຮົມດົນຕີພື້ນເມືອງລາວ ໃຫ້ເດັກອາສາສະໝັກ ຂອງສູນວັດທະນະທໍາເດັກແຂວງເຊກອງ
05 Aug 2025 | ພຸດທະສອນ |
ຊຸດຝຶກອົບຮົມດົນຕຣີພື້ນເມືອງລາວ ໃຫ້ແກ່ເດັກອາສາສະໝັກ ຂອງສູນວັດທະນະທໍາເດັກ ແຂວງເຊກອງ ໄດ້ປິດລົງໃນວັນທີ 4 ສິງຫາ ນີ້, ໂດຍການເຂົ້າຮ່ວມ ຂອງທ່ານ ນາງ ວິໄລວັນ ດາລາສິນ ວ່າການປະທານແນວລາວສ້າງຊາດແຂວງ ຫົວໜ້າອະນຸຂະບວນການຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ Xl ຂອງອົງຄະນະພັກແຂວງເຊກອງ, ມີທ່ານ ຈັນໄທ ຄໍາມະນີວົງ ຫົວໜ້າພະແນກວັດທະນະທໍາ ແລະການທ່ອງທ່ຽວແຂວງ, ພ້ອມດ້ວຍຂະແໜງການກ່ຽວຂ້ອງ, ຄູຝຶກ ແລະ ເດັກອາສາສະໝັກ ເຂົ້າຮ່ວມ.
ທ່ານ ນາງ
ພອນດາແກ້ວ ບຸນທະວີ ຫົວໜ້າຂະແໜງວັດທະນະທໍາ ໄດ້ລາຍງານໃຫ້ຮູ້ວ່າ: ຂະແໜງວັດທະນະທໍາ ກໍຄື ໜ່ວຍງານສີລະປະ ໄດ້ມີແຜນກະກຽມຮັບໃຊ້ກອງປະຊຸມໃຫຍ່ ຄັ້ງທີ XI ອົງຄະນະພັກແຂວງເຊກອງ ທີ່ຈະໄຂຂຶ້ນໃນມໍ່ໆນີ້ ແລະໄດ້ຮັບອະນຸມັດແຜນເປີດຊຸດຝຶກອົບຮົມດົນຕຣີພື້ນເມືອງລາວ ເພື່ອຮັບໃຊ້ກອງປະຊຸມດັ່ງກ່າວ ໂດຍຊຸດອົບຮົມໄດ້ເລີ່ມມາແຕ່ວັນທີ 30 ກໍລະກົດ ຫາ 3 ສິງຫາ 2025, ມີຜູ້ເຂົ້າຮ່ວມຝຶກ ( ສໍາມະນາກອນ ) ທັງໝົດ 30 ຄົນ, ຍິງ 17 ຄົນ; ໃນນັ້ນ, ມີພະນັກງານຂແໜງວັດທະນະທໍາ ແລະຄູ-ອາຈານ ຈາກໂຮງຮຽນພາຍໃນແຂວງ ຈໍານວນ 9 ຄົນ, ຍິງ 5 ຄົນ ແລະ ມີຄູ-ອາຈານ ຜູ້ຝຶກສອນ ( ວິທະຍາກອນ ) ທີ່ມາຈາກສະໂມສອນດ່ານຊ້າງ 2 ຄົນ, ຕະຫຼອດໄລຍະການອົບຮົມ 5 ວັນ, ວິທະຍາກອນ ແລະສໍາມະນາກອນ ໄດ້ເອົາໃຈໃສ່ປະຕິບັດລະບຽບການຮຽນ-ການສອນ ດ້ວຍຄວາມຮັບຜິດຊອບສູງ ຈົນໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ ໂດຍການອົບຮົມນີ້ ມີປະເພດດົນຕີຄື: ລະນາດເອກ, ລະນາດທຸ້ມ, ແຄນລາວ, ຄ້ອງວົງ, ຂິມ, ເບດ, ພິນ, ຕີກອງສອງໜ້າ, ກອງຫາງ, ຊິ່ງ, ຊັບ, ພ້ອມກັນນັ້ນ ກໍຍັງໄດ້ກຽມບົດເສບດົນຕຣີ 3 ບົດ ເພື່ອສະແດງໃຫ້ຄະນະກໍາມະການໄດ້ຮັບຊົມຕື່ມອີກ.
ໂອກາດນີ້, ທ່ານ ນາງ ວິໄລວັນ ດາລາສິນ ເວົ້າວ່າ: ການຝຶກອົບຮົມໃນຄັ້ງນີ້ ກໍເພື່ອແນໃສ່ອະນຸລັກ ຟື້ນຟູສີລະປະວັດທະນະທໍາອັນດີງາມຂອງຊາດ ໄວ້ໃຫ້ຄົນຮຸ່ນຫຼັງໄດ້ສືບທອດ ທັງເປັນການຍົກລະດັບຄວາມຮູ້ຄວາມສາມາດກ່ຽວກັບວຽກງານສີລະປະດົນຕຣີພື້ນເມືອງລາວໃຫ້ແກ່ພະນັກງານຂົງເຂດວັດທະນະທໍາ, ຄູ-ອາຈານຈາກໂຮງຮຽນປະຖົມບ້ານເພຍໃໝ່ ແລະເດັກອາສາສູນວັດທະນະທໍາເດັກ ທັງເປັນການສ້າງບາດກ້າວໃໝ່ໃຫ້ຊາວໜຸ່ມເຍົາວະຊົນຂອງແຂວງເຊກອງ ຕາມທິດຍົກສູງຄຸນນະພາບວຽກງານສີລະປະ ໄປເທື່ອລະກ້າວ, ພ້ອມນີ້, ທ່ານ ຍັງໄດ້ຮຽກຮ້ອງໃຫ້ສໍາມະນາກອນທຸກຄົນ ພ້ອມກັນນໍາເອົາບົດຮຽນໄປຈັດຕັ້ງປະຕິບັດໝຸນໃຊ້ເຂົ້າໃນໜ້າທີ່ວຽກງານວິຊາສະເພາະຂອງຕົນ ໃຫ້ໄດ້ຮັບການພັດທະນາຢ່າງມີປະສິດທິຜົນໃນຕໍ່ໜ້າ ແລະຍາວນານ.
Share: