ໜ້າຫຼັກ / ການເຄື່ອນໄຫວ / ໂຮງຮຽນອະນຸບານ-ປະຖົມສຶກສາເດັກດີ ມອບໃບປະກາດຈົບຊັ້ນປ5

ໂຮງຮຽນອະນຸບານ-ປະຖົມສຶກສາເດັກດີ ມອບໃບປະກາດຈົບຊັ້ນປ5

11 Aug 2025 | ພຸດທະສອນ |

ວັນທີ 8 ສິງຫາ 2025 ນີ້, ໂຮງຮຽນອະນຸບານ-ປະຖົມສຶກສາ ເດັກດີ ໄດ້ຈັດພິທີປິດຊຸດການຮຽນ-ການສອນ ສົກຮຽນ 2024-2025 ພ້ອມມອບໃບປະກາດຈົບຊັ້ນປະຖົມປີທີ5 ແລະໃບຢັ້ງຢືນໃຫ້ເດັກທີ່ຈົບຫຼັກສູດຊັ້ນອະນຸບານ3, ໂດຍການເຂົ້າຮ່ວມຂອງທ່ານ ພອນໄຊ ແສງສິນບັນດິດ ຫົວໜ້າຫ້ອງການສຶກສາທິການ ແລະກິລາ ເມືອງລະມາມ, ມີພະນັກງານຄູ-ອາຈານ, ຂະແໜງການກ່ຽວຂ້ອງ, ຜູ້ປົກຄອງເດັກນັກຮຽນ ເຂົ້າຮ່ວມ.
ໃນພິທີ ທ່ານ ນາງ ຈັນສະໄໝ ຫອມສົມບັດ ຮອງອໍານວຍການໂຮງຮຽນ ໄດ້ສະຫຼຸບຄືນການຮຽນ-ການສອນ ສົກປີ 2024-2025 ໃຫ້ຮູ້ວ່າ: ໂຮງຮຽນອະນຸບານ-ປະຖົມສຶກສາເດັກດີ ແມ່ນໂຮງຮຽນໜຶ່ງທີ່ຂຶ້ນກັບໂຮງຮຽນປະຖົມສຶກສາເທສະບານເມືອງລະມາມ ແຂວງເຊກອງ, ເຊິ່ງໃນສົກຮຽນດັ່ງກ່າວ ໄດ້ມີການຂະຫຍາຍຫ້ອງ ປ3 ຈໍານວນ 1 ຫ້ອງ, ມີນັກຮຽນອະນຸບານ 175 ນ້ອງ, ຍິງ 99 ນ້ອງ ແລະ ນັກຮຽນຊັ້ນປະຖົມ 244 ນ້ອງ, ຍິງ 121 ນ້ອງ, ລວມນັກຮຽນທັງໝົດ 419 ນ້ອງ, ຍິງ 220 ນ້ອງ; ໃນແບບແຜນຂອງການບໍລິຫານໂຮງຮຽນ ແມ່ນໄດ້ມີການຄຸ້ມຄອງບຸກຄະລາກອນໄດ້ເປັນຢ່າງດີ, ໄດ້ມີການລວມຄູ ແລະ ໄດ້ມີການຝຶກອົບຮົມໃຫ້ແກ່ຄູ ໃນແຕ່ລະເດືອນ ແລະມີຜູ້ປະກອບການເຂົ້າຮ່ວມໃຫ້ທິດຊີ້ນຳທຸກໆເດືອນ, ມີການເກັບກໍາສະຖິຕິຄູ - ອາຈານ ແລະ ການຂາດການຂອງຄູ, ຄູທຸກຄົນ ປະຕິບັດລະບຽບວິໄນຂອງໂຮງຮຽນໄດ້ດີ ສາມາດຄັດເລືອກຄູດີເດັ່ນປະເພດທີ 1 ໄດ້ 5 ທ່ານ, ຄູດີເດັ່ນປະເພດ 2 ມີ 5 ທ່ານ ແລະ ປະເພດຊົມເຊີຍ ມີ 3 ທ່ານ, ສ່ວນຄູ ຊັ້ນອະນຸບານ ກໍໄດ້ຮັບການຝຶກອົບຮົມການສອນພາສາອັງກິດ, ຄອມພິວເຕີ ແລະຄູປະຖົມ ເຂົ້າຮ່ວມເຝິກອົບຮົມທາງດ້ານເຕັກນິກການສອນພາສາລາວ ຫຼັກສູດ ປັບປຸງໃໝ່ ສໍາລັບຊັ້ນ ປ1, ປ2 ແລະປ3, ເຝິກອົບຮົມການປ້ອນຂໍ້ມູນນັກຮຽນປະຖົມເຂົ້າຖານ ແລະ ການເຮັດທະບຽນຫົວປຶ້ມຫ້ອງປ5, ປະຕິບັດໂຄງການຫຼັກສູດການຮຽນ-ການສອນ ສົກຮຽນ 2024-2025 ໄດ້ 100%, ທັງໝົດ ການຮຽນ-ການສອນຂອງຄູ-ອາຈານບວກກັບຄສາມເອົາໃຈໃສ່ຂອງເດັກ, ນ້ອງນັກຮຽນ ສາມາດເຮັດໃຫ້ນັກຮຽນສອບເສັງເລື່ອນຂັ້ນ ໄດ້ 100%, ພ້ອມນີ້, ກໍໄດ້ຄັດເລືອກນັກຮຽນເກັ່ງຮອບດ້ານແຫ່ງປີ ໄດ້ 1 ນ້ອງ, ໄດ້ຄັດເລືອກນັກຮຽນເກັ່ງປະຈຳສົກຮຽນ ເຊິ່ງມີນັກຮຽນດີເດັ່ນທີ່ໄດ້ຄະແນນ 7 ຂຶ້ນໄປ ມີ 24 ນ້ອງ, ໃນນັ້ນ: ດີເດັ່ນປະເພດ 1 ມີ 8 ນ້ອງ, ຍິງ 6 ນ້ອງ, ດີເດັ່ນປະເພດ 2 ມີ 10 ນ້ອງ, ຍິງ 8 ນ້ອງ, ດີເດັ່ນປະເພດ 3 ມີ 6 ນ້ອງ, ຍິງ 4 ນ້ອງ.
ຈາກນັ້ນ, ກໍໄດ້ມອບໃບປະກາດ ໃຫ້ນັກຮຽນຈົບຊັ້ນປະຖົມປີທີ5 ມີຈໍານວນ 30 ນ້ອງ, ຍິງ 12 ນ້ອງ ແລະ ມອບໃບຢັ້ງຢືນ ໃຫ້ເດັກທີ່ຈົບຫຼັກສູດຊັ້ນອະນຸບານ3 ຈໍານວນ 69 ນ້ອງ, ຍິງ 37 ນ້ອງ, ມອບໃບຍ້ອງຍໍໃຫ້ນັກຮຽນເກັ່ງ ແລະນັກຮຽນດີເດັ່ນປະຈໍາປີ, ມອບໃບຍ້ອງຍໍ ແລະຊົມເຊີຍ ໃຫ້ຄູດີເດັ່ນຮອບດ້ານ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ຕື່ມອີກ.

Share:

ຂ່າວຫຼ້າສຸດ

ການເມືອງ

ເຊກອງ ປະກາດແຕ່ງຕັ້ງປະທານສານປະຊາຊົນເຂດ II

  • 01 Sep 2025
  • ພຸດທະສອນ

...

ອ່ານເພີ່ມ

ການເມືອງ

ເປີດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງເຊກອງ ຄັ້ງທີ XI

  • 28 Aug 2025
  • sanya

ກອງປະຊຸມໃຫຍ່...

ອ່ານເພີ່ມ

ເສດຖະກິດ

ບັນດາບໍລິສັດ ສືບຕໍ່ມອບເງິນປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

  • 27 Aug 2025
  • ພຸດທະສອນ

ວັນທີ 27 ສິງຫາ 2025 ນີ້, ທີ່ຫ້ອງວ່າການ...

ອ່ານເພີ່ມ

ເສດຖະກິດ

ຫຼາຍພາກສ່ວນ ມອບເງິນປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

  • 22 Aug 2025
  • ພຸດທະສອນ

ຕອນເຊົ້າວັນທີ 21 ສິງຫາ 2025 ນີ້,...

ອ່ານເພີ່ມ