ທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກແຂວງເຊກອງ ສະໄໝທີ XI ຮອບທີ 3
11 Aug 2025 | ພຸດທະສອນ |
ໃນວັນທີ 7 ສິງຫາ 2025 ນີ້, ຢູ່ທີ່ສະໂມສອນແຂວງເຊກອງ ໄດ້ມີກອງປະຊຸມທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ແຂວງເຊກອງ ສະໄໝທີ XI ຮອບທີ 3 ໂດຍການເປັນປະທານຂອງ ສະຫາຍ ປອ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ມີຄະບໍລິຫານງານພັກແຂວງ, ຄະນະບໍລິຫານງານພັກ 4 ເມືອງ, ຄະນະພັກຮາກຖານອ້ອມຂ້າງແຂວງ ແລະ ຜູ້ມີສິດປ່ອນບັດ ເຂົ້າຮ່ວມ.
ສະຫາຍ ບຸນຫລາຍ ບຸດທິ ຮັກສາການເລຂາພັກແຂວງ, ຮັກສາການເຈົ້າແຂວງເຊກອງໄດ້ລາຍງານໃຫ້ຊາບວ່າ: ຜົນການດຳເນີນຊີວິດການເມືອງ ພາຍໃນຄະນະບໍລິຫານງານພັກ ແຂວງເຊກອງ ທ້າຍສະໄໝທີ X ແລະ ການນໍາພາດ້ານການເມືອງ-ແນວຄິດ ຂອງຄະນະບໍລິຫານງານພັກແຂວງ ເຊິ່ງໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ໃນການຄົ້ນຄວ້າ, ຈັດຕັ້ງເຊື່ອມຊຶມມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ, ມະຕິ X ຂອງຄະນະບໍລິຫານງານພັກແຂວງ, ບັນດາມະຕິ, ຄຳສັ່ງ, ຂໍ້ກໍານົດຕ່າງໆ ຢ່າງເປັນລະບົບຕໍ່ເນື່ອງ, ຕິດພັນກັບການສຶກສາອົບຮົມວຽກງານການເມືອງ-ນໍາພາແນວຄິດ ເພື່ອເປັນພື້ນຖານໃນການຫັນປ່ຽນ ແລະ ກໍານົດການສ້າງວິໄສທັດພາຍໃນຄະນະພັກ, ເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ຕະຫຼອດຮອດປະຊາຊົນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ມີທັດສະນະຫຼັກໝັ້ນຖືກຕ້ອງ, ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມີຄວາມຈົງຮັກພັກດີ, ສັດຊື່ບໍລິສຸດ, ມີຄວາມຮັບຮູ້ຢ່າງຖືກຕ້ອງ ຕໍ່ແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ ທີ່ກໍານົດອອກໃນແຕ່ລະໄລຍະ ພ້ອມກັນນັ້ນ, ກໍໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ປັບປຸງກົງຈັກການຈັດຕັ້ງໃນລະບົບການເມືອງ, ປັບປຸງການຈັດຕັ້ງພັກ-ລັດ, ກໍາລັງປະກອບອາວຸດ, ນັບແຕ່ຂັ້ນແຂວງລົງຮອດຮາກຖານ ສາມາດເຄື່ອນໄຫວວຽກງານ ມີປະສິດທິ ພາບສູງຂຶ້ນ. ຈາກນັ້ນ, ສະຫາຍ ອ໋ອດສຸລິເດດ ໄຊສີທອນ ຫົວຫນ້າກົມກວດກາພັກ,ຄະນະກວດກາສູນກາງພັກ,ໄດ້ຜ່ານບັນດາມາດຖານເງື່ອນໄຂຜູ້ຮັບສະໝັກເລືອກຕັ້ງເຂົ້າໃນໂຄງປະກອບຄະນະບໍລິຫານງານພັກແຂວງ, ຄະນະປະຈຳພັກແຂວງ, ເລຂາ-ຮອງເລຂາພັກແຂວງ, ປະທານ-ຮອງປະທານຄະນະກວດກາພັກແຂວງ.
ໃນໂອກາດດຽວກັນ,ສະຫາຍ ປອ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ເພື່ອເປັນບ່ອນອີງໃນການຄົ້ນຄວ້າພິຈາລະນາ, ນຳໃຊ້ສິດປະຊາທິປະໄຕ ບົນພື້ນຖານຫຼັກການທີ່ກຳນົດໄວ້ ໃນການທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງເຊກອງ ສະໄໝທີ XI ຮອບທີ 3 ໂດຍການຄັດເລືອກ ແມ່ນໃຫ້ອີງໃສ່ມາດຖານ ເງື່ອນໄຂທີ່ໄດ້ກຳນົດໄວ້, ນອກນັ້ນ ກໍໃຫ້ເບິ່ງຄືນ ເພດ-ເຜົ່າ, ທັງຮັບປະກັນໃຫ້ມີຮຸ່ນອາວຸໂສ, ຮຸ່ນກາງ ແລະ ຮຸ່ນໜຸ່ມ ຢ່າງສົມເຫດສົມຜົນ.
ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມ ໄດ້ພ້ອມກັນປ່ອນບັດທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງເຊກອງ ສະໄໝທີ XI ຮອບທີ 3 ສໍາເລັດຕາມແຜນການ.
Share: