ໜ້າຫຼັກ / ການເຄື່ອນໄຫວ / ເຊກອງ ສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ເຊກອງ ສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

13 Aug 2025 | ພຸດທະສອນ |

ພິທີສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ( 13 ສິງຫາ 1950 - 13 ສິງຫາ 2025), ໄດ້ຈັດຂຶ້ນໃນວັນທີ 13 ສິງຫາ ທີ່ສະໂມສອນແຂວງ, ໂດຍການເຂົ້າຮ່ວມຂອງທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ, ມີທ່ານ ນາງ ວິໄລວັນ ດາລາສິນ ວ່າການປະທານແນວລາວສ້າງຊາດແຂວງ, ມີພຣະເຖລະ-ນຸເຖຣະ, ຄະນະປະຈຳພັກ-ກຳມະການພັກແຂວງ, ຫົວໜ້າພະແນກການ, ກົມກອງ, ປະທານແນວລາວສ້າງຊາດ 4 ເມືອງ ແລະພະນັກງານອາວຸໂສປະຕິວັດ ເຂົ້າຮ່ວມ.
      ໃນການສະເຫຼີມສະຫຼອງ ປີນີ້ ແມ່ນໄດ້ຮັບຊົມການຖ່າຍທອດສົດພິທີໂຮມຊຸມນຸມໃຫຍ່ຈາກສູນກາງ ພ້ອມກັນທົ່ວປະເທດ ໂດຍແມ່ນທ່ານ ສິນລະວົງ ຄຸດໄພທູນ ກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ຂຶ້ນເຜີຍແຜ່ມູນເຊື້ອການເຄື່ອນໄຫວຂອງແນວລາວສ້າງຊາດ ຕະຫລອດໄລຍະ 75 ປີ; ພ້ອມນີ້ ທ່ານ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ຂຶ້ນກ່າວສູນທອນພົດ ຕໍ່ພິທີດັ່ງກ່າວ.
      ໃນການສະເຫລີມສະຫລອງປີນີ້, ແຂວງເຊກອງ ໄດ້ມີການມອບໃບຍ້ອງຍໍໂດຍຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍ ຍ້ອງຍໍ ຂັ້ນແຂວງ ໃຫ້ອະດີດປະທານ-ຮອງປະທານ, ກຳມະການສູນກາງແນວລາວສ້າງຊາດ, ກຳມະການ ແລະພະນັກງານແນວສ້າງຊາດແຂວງ ທີ່ມີຜົນງານດີເດັ່ນປະກອບສ່ວນສະຕິປັນຍາ, ເຫື່ອແຮງ, ວັດຖຸທຶນຮອນ ເຂົ້າໃນບັ້ນສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ຈໍານວນ 85 ທ່ານ, ຍິງ 22 ທ່ານ; ພ້ອມນີ້ ກໍ່ມີກິດຈະກຳ ບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມ ນໍາອີກ.

Share:

ຂ່າວຫຼ້າສຸດ

ການເມືອງ

ເຊກອງ ປະກາດແຕ່ງຕັ້ງປະທານສານປະຊາຊົນເຂດ II

  • 01 Sep 2025
  • ພຸດທະສອນ

...

ອ່ານເພີ່ມ

ການເມືອງ

ເປີດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງເຊກອງ ຄັ້ງທີ XI

  • 28 Aug 2025
  • sanya

ກອງປະຊຸມໃຫຍ່...

ອ່ານເພີ່ມ

ເສດຖະກິດ

ບັນດາບໍລິສັດ ສືບຕໍ່ມອບເງິນປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

  • 27 Aug 2025
  • ພຸດທະສອນ

ວັນທີ 27 ສິງຫາ 2025 ນີ້, ທີ່ຫ້ອງວ່າການ...

ອ່ານເພີ່ມ

ເສດຖະກິດ

ຫຼາຍພາກສ່ວນ ມອບເງິນປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

  • 22 Aug 2025
  • ພຸດທະສອນ

ຕອນເຊົ້າວັນທີ 21 ສິງຫາ 2025 ນີ້,...

ອ່ານເພີ່ມ